У нас вы можете посмотреть бесплатно laos: มีอยู่จริง.! ที่ลาว สุวรรณโคมคำ เมืองในตำนาน или скачать в максимальном доступном качестве, видео которое было загружено на ютуб. Для загрузки выберите вариант из формы ниже:
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием видео, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса ClipSaver.ru
ວີດີໂອຕົ້ນສະບັບ: • พระพุธรูปเก่าเมื่อครั้งที่เป็นนครที่ยิ่งให... ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ໃນຂອບເຂດບ້ານດອນທາດ ເມືອງຕົ້ນເຜິ້ງ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ແລະ ໄລຍະທາງຈາກ ບ້ານດອນທາດ ເຂົ້າສູ່ເມືອງເກົ່າສຸວັນນະໂຄມຄຳແມ່ນ 3 ກິໂລແມັດ ເມືອງເກົ່າສຸວັນນະໂຄມຄຳ ແມ່ນກໍ່ຕັ້ງໂດຍຊົນຊາດ "ລາວ-ໄຕ" ໄດ້ປາກົດຕົວຂຶ້ນໃນສະຕະວັດທີ 5 ຂອງຄຣິສຕະສັງກາດ (ຫຼາຍກວ່າ 1,500 ປີ) ແລະ ຕາມຕຳນານນ້ຳຖ້ວມໂລກ ໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມຶືອງໜອງກະແສແສນຍ່ານ (ທະເລສາບ ເອີໄຫ່ ເມືອງຕ້າລີ ມົນທົນ ຢຸນນານ) ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ, ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນໄລຍະຕໍ່ມາ ເຊິ່ງໝາຍເຖິງຄົນຊົນຊາດ “ລາວ-ໄຕ” ທີ່ນັບຖືພະຍານາກ ໄດ້ເຄື່ອນຍ້າຍລົງມາແຕ່ອານາຈັກ “ນ່ານເຈົ້າ” (ເມືອງ ຕ້າລີ ມົນທົນຢຸນນານ), ລົງມາຕາມແມ່ນ້ຳຂອງ ມາຢູ່ເມືອງ ສຸວັນນະໂຄມຄຳ, ຫຼວງພະບາງ, ວຽງຈັນ ແລະ ລົງໄປຮອດຫຼີ່ຜີ ແຂວງຈຳປາສັກ ແລະ ຊົນຊາດ “ລາວ-ໄຕ” ສ່ວນໜຶ່ງເຄື່ອນຍ້າຍໄປຕາມແມ່ນ້ຳມູນ-ແມ່ນ້ຳຊີ ຂຶ້ນໄປຮອດອຸບົນລາຊະທານີ, ຮ້ອຍເອັດ, ຂອ່ນແກ່ນ ແລະ ໂຄລາດ, ສ່ວນໜຶ່ງຂອງຊົນຊາດ "ລາວ-ໄຕ" ເຄື່ອນຍ້າຍໄປທາງ ຊຽງແສນ, ຊຽງຣາຍ ແລະ ອະຍຸທະຍາ, ຊຽງໃໝ່ ແລະ ອີກສ່ວນຂອງຊົນຊາດ “ລາວ-ໄຕ” ໄດ້ເຄື່ອນຍ້າຍໄປຮອດຫຼວງພະບາງ, ໄຊຍະບູລີ, ປາກລາຍ, ອຸຕະຣາດິດ ແລະ ສຸໂຂໄທ. ເມືອງເກົ່າສຸວັນນະໂຄມຄຳແຫ່ງນີ້ ຖືກສົງຄາມທຳລາຍ ແລະ ການປ່ຽນທິດຂອງນ້ຳໄຫຼ, ໄພພິບັດທາງທຳມະຊາດຕ່າງໆ ເຖິງເມືອງຈະໄດ້ຮັບການຟື້ນຟູມາຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆກໍຕາມ ແຕ່ສຸດທ້າຍກໍກາຍມາເປັນສະພາບນະຄອນຮ້າງທີ່ເຫຼືອພຽງຮ່ອງຮອຍປະໄວ້, ເຊິ່ງພົບວ່າມີ 44 ບູຮານສະຖານກໍ່ສ້າງດ້ວຍອິດ ແລະ ປະທາຍ ອັນເປັນພຸດທະສິມມາ, ພະທາດ, ພະພຸດທະຮູບ, ນ້ຳສ້າງ ແລະ ອື່ນໆ ທີ່ຍັງຄົງຫຼົງເຫຼືອຈາກໂຈນປຸ້ນສົມບັດ, ແຕ່ສິ່ງທີ່ຊົງຄວາມງົດງາມສະຫງ່າຕະການ ໃນສະໄໝກ່ອນນັ້ນ ໄດ້ແກ່ພະພຸດທະອົງປາງສະມາທິ ເປັນພະພຸດທະຮູບອົງໃຫຍ່ ທີ່ມີໜ້າຕັກກ້ວາງ 7.10 ແມັດ, ສູງ 7.22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1.10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3.60 ແມັດ ເຊິ່ງນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ໃນຍ່ານອາຊີອາຄະເນ. -------------------------------------------------- ສະບາຍດີ ຂອບໃຈທຸກໆທ່ານທີ່ເຂົ້າມາຮັບຊົມ ແລະ ໃຫ້ກຳລັງໃຈ Thank you for watching สบายดี ขอขอบใจทุกๆท่านที่เข้ามารับชม และ ติดตาม ให้กำลังใจมาด้วยดีตลอด. เขียว บ่าวลาว ขออวยพรชัยให้ทุกท่านจงมีสุขภาพที่เข้มแข็ง ประสบผลความสำเร็จในภารกิจการงาน. สนับสนุนการเดินทาง ติดต่อได้ที่ Call:+85620 9116 6812 WhatApp: +85620 9116 6812 Line ID: khiew_kbl #นครสุวรรณโคมคำ#เมืองต้นผึ้ง #เชียงแสน #พบพระพุทธรูป #ประเทศลาว #เที่ยวลาว #Vientiane #เขียวบ่าวลาว #Laos #เวียงจันทน์ #visitlaoyear2024 #สามเหลี่ยมทองคำ