У нас вы можете посмотреть бесплатно NR2W&2E | ຂັບຂີ່ຢ່າງປອດໄພໃນເຂດກໍ່ສ້າງ-Drive safely in construction zones. или скачать в максимальном доступном качестве, видео которое было загружено на ютуб. Для загрузки выберите вариант из формы ниже:
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием видео, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса ClipSaver.ru
Spot 03 (ຄວາມປອດໄພໃນການສັນຈອນໃນໄລຍະປັບປຸງເສັ້ນທາງ) ພວກເຮົາມາຮູ້ຈັກກັບຂໍ້ມູນພື້ນຖານດ້ານຄວາມປອດໄພ ໃນໄລຍະການປັບປຸງທາງຫລວງແຫ່ງຊາດ, ດ່ານສາກົນ ແລະ ທາງຫລວງທ້ອງຖິ່ນ 5 ແຂວງພາກເໜືອ ດັ່ງນີ້: ໃຫ້ທຸກຄົນເອົາໃຈໃສ່ຮັກສາຄວາມປອດໄພໃນການສັນຈອນຕາມເສັ້ນທາງຕ່າງໆທີ່ພວມຢູ່ໃນໄລຍະກໍ່ສ້າງ ແລະ ມີ ແຜນການກໍ່ສ້າງດັ່ງນີ້: ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 2W, 2E, ດ່ານສາກົນນໍ້າເງິນ, ເມືອງ ເງິນ, ແຂວງໄຊຍະບູລີ, ດ່ານສາກົນປາງຫົກ, ເມືອງ ໃໝ່, ແຂວງ ຜົ້ງສາລີ ແລະ ໂຄງການປັບປຸງທາງຫຼວງທ້ອງຖິ່ນ ພາຍໃນ 5 ແຂວງ ພາກເໜືອຂອງລາວຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງ ໄຊ ຍະບູລີ, ປະຈຸບັນທາງໂຄງການພວມດຳເນີນການປັບປຸງ ແລະ ສ້ອມແປງເສັ້ນທາງ ແລະ ໄດ້ຕິດຕັ້ງອຸປະກອນເພື່ອຄວາມ ປອດໄພໄວ້ຕາມເສັ້ນທາງຕ່າງໆ ໃນເຂດພື້ນທີ່ຊຸມຊົນ ດັ່ງນີ້: · ປ້າຍສັນຍານການສັນຈອນ ໃນເຂດພື້ນທີ່ການກໍ່ສ້າງ, ຈຸດໂຮງຮຽນ, ໂຮງໝໍ ຫລື ສຸກສາລາ ແລະ ເຂດຊຸມຊົນ ປ້າຍແນະນຳ ທາງເວັ້ນ, ໂຮງຮຽນ, ໂຮງໝໍ ຫຼື ສຸກສາລາ, ແລະ ເຂດຊຸມຊົນ ເພື່ອເຕືອນການສັນຈອນ ແລະ ປ້າຍ ຄວບຄຸມຈຳກັດຄວາມໄວ ( 20 Km ຕໍ່ຊົ່ວໂມງ); ອຸປະກອນແນະນໍາດ້ານຄວາມປອດໄພ ( ປ້າຍສະທ້ອນແສງ, ຈວຍ, ໄຟກະພິບ ແລະ ຫລັກລາຍ ຫລື ຫລັກແນະ ນຳທາງ); ອຸປະກອນ ແລະ ເຄື່ອງມືການກໍ່ສ້າງ; ປ້າຍແນະນຳ ໃຫ້ຂໍ້ມູນກ່ຽວກັບໂຄງການ ແລະ ອົງປະກອບ, ອຸປະກອນພື້ນຖານໂຄງລ່າງທີ່ຈຳເປັນອື່ນໆ ບັນດາອຸປະກອນດັ່ງກ່າວ ແມ່ນຊັບສິນສາທາລະນະ( ເປັນຂອງ ລັດ, ປະຊາຊົນ, ອົງການປົກຄອງບ້ານ ແລະ ຄະ ນະກຳມະການຂັ້ນບ້ານ ໂດຍມີການຄຸ້ມຄອງຕາມລະບຽບ, ກົດໝາຍ), ໄດ້ວາງຕິດຕັ້ງໄວ້ຕາມຂອບທາງ ໃນເຂດໂຄງ ການ ເພື່ອຮັບປະກັນຄວາມປອດໄພ ຂອງລູກຫລານ, ພໍ່ແມ່ປະຊາຊົນ, ຜູ້ສັນຈອນ ຜ່ານໄປ-ມາ ແລະ ເພື່ອໃຫ້ການຈັດ ຕັ້ງ ປະຕິບັດວຽກງານຂອງໂຄງການ ເປັນໄປຕາມແຜນການທີ່ກໍານົດໄວ້, ເຊິ່ງອຸປະກອນເພື່ອຄວາມປອດໄພນີ້ແມ່ນມີຄວາມ ສໍາຄັນຫຼາຍຕໍ່ຜົນສໍາເລັດຂອງໂຄງການ ແລະ ຄວາມປອດໄພຂອງຊຸມຊົນທີ່ອາໃສໃນຂອບເຂດໂຄງການ. ສະນັ້ນ ຈຶ່ງຂໍຄວາມຮ່ວມມືມາຍັງ ພໍ່ແມ່ປະຊາຊົນ, ນັກຮຽນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວຄ້າຂາຍ, ຜູ້ຊົມໃຊ້ເສັ້ນທາງ ທີ່ອາໃສໃນເຂດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 2, ດ່ານສາກົນທັງສອງແຫ່ງ ແລະ ໂຄງການປັບປຸງທາງຫຼວງທ້ອງຖິ່ນ 5 ແຂວງພາກເໜືອ ດັ່ງນີ້: 1. ຈົ່ງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກຕໍ່ເຈົ້າໜ້າທີ່ໂຄງການ, ພະນັກງານ, ວິສະວະກອນ ແລະ ກຳ ມະກອນທີ່ກຳລັງປະຕິບັດໜ້າທີ່ວຽກງານໃນການປັບປຸງ ແລະ ສ້ອມແປງດ່ານ, ທາງຫຼວງແຫ່ງຊາດ ເລກທີ 2 ແລະ ທາງຫຼວງທ້ອງຖິ່ນໃນ 5 ແຂວງພາກເໜືອ. 2. ໃຫ້ການເຄົາລົບ ແລະ ປົກປ້ອງບັນດາອຸປະກອນເພື່ອຄວາມປອດໄພທີ່ໄດ້ຕິດຕັ້ງໄວ້ໃນຈຸດຕ່າງໆຂອງໂຄງການ ໃຫ້ຢູ່ໃນສະພາບປົກກະຕິ, ຫ້າມຍົກຍ້າຍ ຫຼື ທໍາລາຍຊັບສິນສາທາລະນະ, ເປັນຕົ້ນແມ່ນປ້າຍແຈ້ງເຕືອນຕ່າງໆ ແລະ ອຸປະກອນເພື່ອຄວາມປອດໄພ ທີ່ໄດ້ຕິດຕັ້ງໄວ້ ຢ່າງເດັດຂາດ ເພື່ອບໍ່ໃຫ້ເກີດອຸບັດຕິເຫດກັບຜູ້ຊົມໃຊ້ ເສັ້ນທາງດັ່ງກ່າວ. 3. ຖ້າຫາກພົບເຫັນບັນຫາ ແລະ ປະກົດການຕ່າງໆ ເຊັ່ນ: ການຍົກຍ້າຍ ຫຼື ທຳລາຍ ອຸປະກອນ, ປ້າຍສັນຍານ ທີ່ມີ ລັກສະນະກໍ່ໃຫ້ເກີດຄວາມສ່ຽງ ທາງດ້ານຄວາມປອດໄພ ໃນການສັນຈອນ, ຈົ່ງລາຍງານຕໍ່ ອໍານາດການປົກ ຄອງ ທ້ອງຖິ່ນຂອງທ່ານ, ວິສະວະກອນປະຈຳພາກສະໜາມ ຫຼື ແຈ້ງໃຫ້ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ຮັບຊາບດ່ວນ. 1. ຈົ່ງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກຕໍ່ເຈົ້າໜ້າທີ່ໂຄງການ, ພະນັກງານ, ວິສະວະກອນ ແລະ ກຳ ມະກອນທີ່ກຳລັງປະຕິບັດໜ້າທີ່ວຽກງານໃນການປັບປຸງ ແລະ ສ້ອມແປງດ່ານ, ທາງຫຼວງແຫ່ງຊາດ ເລກທີ 2 ແລະ ທາງຫຼວງທ້ອງຖິ່ນໃນ 5 ແຂວງພາກເໜືອ. 2. ໃຫ້ການເຄົາລົບ ແລະ ປົກປ້ອງບັນດາອຸປະກອນເພື່ອຄວາມປອດໄພທີ່ໄດ້ຕິດຕັ້ງໄວ້ໃນຈຸດຕ່າງໆຂອງໂຄງການ ໃຫ້ຢູ່ໃນສະພາບປົກກະຕິ, ຫ້າມຍົກຍ້າຍ ຫຼື ທໍາລາຍຊັບສິນສາທາລະນະ, ເປັນຕົ້ນແມ່ນປ້າຍແຈ້ງເຕືອນຕ່າງໆ ແລະ ອຸປະກອນເພື່ອຄວາມປອດໄພ ທີ່ໄດ້ຕິດຕັ້ງໄວ້ ຢ່າງເດັດຂາດ ເພື່ອບໍ່ໃຫ້ເກີດອຸບັດຕິເຫດກັບຜູ້ຊົມໃຊ້ ເສັ້ນທາງດັ່ງກ່າວ. 3. ຖ້າຫາກພົບເຫັນບັນຫາ ແລະ ປະກົດການຕ່າງໆ ເຊັ່ນ: ການຍົກຍ້າຍ ຫຼື ທຳລາຍ ອຸປະກອນ, ປ້າຍສັນຍານ ທີ່ມີ ລັກສະນະກໍ່ໃຫ້ເກີດຄວາມສ່ຽງ ທາງດ້ານຄວາມປອດໄພ ໃນການສັນຈອນ, ຈົ່ງລາຍງານຕໍ່ ອໍານາດການປົກ ຄອງ ທ້ອງຖິ່ນຂອງທ່ານ, ວິສະວະກອນປະຈຳພາກສະໜາມ ຫຼື ແຈ້ງໃຫ້ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ຮັບຊາບດ່ວນ.