У нас вы можете посмотреть бесплатно Laos : งานวันเด็กที่เวียงจันทน์ "คนแน่นรถแน่น"เต็มลาน или скачать в максимальном доступном качестве, видео которое было загружено на ютуб. Для загрузки выберите вариант из формы ниже:
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием видео, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса ClipSaver.ru
#lao #laos #เที่ยวลาว ຄວາມຄືບໜ້າໃນການ ມ້າງຕຶກ ກະຊວງຍຸຕິທໍາ ຫຼັງເກົ່າ ເພື່ອສ້າງເປັນ ສວນສາທາລະນະ ຂ້າງປະຕູໄຊ 24 ພຶດສະພາ 2024. ---- ຊົມເຊີຍ 👏👏👏 ພື້ນທີ່ ກະຊວງ ຍຸຕິທໍາ ຫຼັງເກົ່າ ຂ້າງປະຕູໄຊ ກໍາລັງໄດ້ຮັບການ ປັບປຸງສູ່ໂສມໜ້າໃໝ່ທີ່ສວຍງາມ ນະຄອນຫລວງວຽງຈັນ ກໍາລັງປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ໃຫ້ເປັນສວນສາທາລະນະທີ່ສວຍງາມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍຈະປັບປຸງໃຫ້ສໍາເລັດພາຍໃນເດືອນກັນຍາ ປີ 2024 ນີ້. ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນ ຫຼວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 16 ພຶດສະ ພາ 2024 ນີ້, ທີ່ພະແນກດັ່ງກ່າວວ່າ: ການສ້າງສວນສາທາລະນະປະຕູໄຊ ໄລຍະທີ 1 (ພື້ນທີ່ ກະຊວງຍຸ ຕິທໍາ ຫຼັງເກົ່າ) ມີເນື້ອທີ່ 1,5 ເຮັກຕາ ເພື່ອແນໃສ່ເຮັດໃຫ້ໃຈກາງນະຄອນຫຼວງວຽງຈັນ ມີພື້ນທີ່ສາທາລະນະສີຂຽວໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາລະນະ, ມີບ່ອນຈອດລົດ, ມີລະ ບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພານີ້ ແລະ ຈະໃຫ້ສໍາເລັດພາຍໃນ ເດືອນກັນຍາ ປີ 2024. ພາຍຫຼັງສ້າງສໍາເລັດແລ້ວ, ສວນສາທາລະນະແຫ່ງນີ້ ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ນະຄອນຫຼວງວຽງຈັນ, ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະ ທານອາຊຽນ, ທັງ ເປັນປີທ່ອງ ທ່ຽວລາວ ແລະ ນະຄອນຫຼວງ ວຽງຈັນ ກໍ່ເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະຄອນ ຫຼວງອາຊຽນ. ທ່ານ ບຸນຍະວັດ ນີຣະໄຊຍ໌ ໃຫ້ຮູ້ຕື່ມວ່າ: ສວນສາທາລະນະປະຕູໄຊ ໄລຍະທີ 1 ແມ່ນຖືກອອກແບບໂດຍຄະນະທີ່ປຶກສາສະ ຖາປະນິກ, ຄະນະອາຈານ ແລະ ນັກສຶກ ສາ ຈາກມະຫາວິທະຍາ ໄລແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກ ພະແນກການຄ້າ ແຂວງຢຸນນານ ສປ.ຈີນ ຈໍານວນ 3 ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫຼວງວຽງຈັນ ອີກຈໍານວນໜຶ່ງ, ໂດຍມີ ບໍລິສັດ ທີ່ປຶກສາ ແລະ ກໍ່ສ້າງ ແຂວງຢຸນນານ ສປ.ຈີນ ເປັນຜູ້ດໍາເນີນການກໍ່ສ້າງຕາມຮູບແບບທີ່ໄດ້ຖືກຮັບຮອງ. ສໍາລັບການປັບປຸງຕຶກອາຄານ ແມ່ນໄດ້ດໍາເນີນຕາມລະບຽບການ ຈັດຊື້- ຈັດຈ້າງ ເພື່ອຄັດເລືອກເອົາບໍລິສັດພາຍໃນທີ່ມີເງື່ອນໄຂມາຈັດຕັ້ງປະຕິບັດ.