У нас вы можете посмотреть бесплатно ด่วน! พบร่างยัดถังทิ้งน้ำ, รวบ16ทรชน, ผู้ต้องหากบดานนับเดือน | ข่าวประเทศลาว | SpillTheTea. EP123 или скачать в максимальном доступном качестве, видео которое было загружено на ютуб. Для загрузки выберите вариант из формы ниже:
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием видео, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса ClipSaver.ru
ເກີດເຫດສະເທືອນຂວັນສັ່ນປະສາດຂຶ້ນຢູ່ແຄມຝັ່ງແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດໜອງຄາຍ ເມື່ອມີການລາຍງານການພົບສົບຜູ້ເສຍຊີວິດໃນລັກສະນະຖືກຄາດຕະກຳຢ່າງໂຫດຮ້າຍ ກ່ອນຖືກຍັດໃສ່ຖັງຖິ້ມລົງນ້ຳເພື່ອອຳພາງສົບ ຈົນກະທັ້ງລອຍມາຕິດແຄມຝັ່ງ ສ້າງຄວາມຕົກຕະລຶງໃຫ້ແກ່ປະຊາຊົນໃນພື້ນທີ່ ເມື່ອເວລາປະມານ 13:00 ໂມງ ຂອງວັນນີ້ ວັນທີ 27 ກຸມພາ 2026 ອາສາສະໝັກໜ່ວຍກູ້ໄພ ມູນນິທິສາຍໃຈລາວ ໄດ້ຮັບແຈ້ງເຫດພົບວັດຖຸຕ້ອງສົງໄສລອຍມາຕິດແຄມຝັ່ງຂອງ ໃນເຂດບ້ານຊາຍຟອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອເຂົ້າກວດກາໃນຈຸດເກີດເຫດ ເຈົ້າໜ້າທີ່ຕ້ອງພົບກັບພາບທີ່ໜ້າສະຢົດສະຢອງ ເມື່ອວັດຖຸດັ່ງກ່າວແມ່ນຖັງຂະໜາດໃຫຍ່ທີ່ພາຍໃນບັນຈຸຮ່າງມະນຸດທີ່ເສຍຊີວິດມາແລ້ວໄລຍະໜຶ່ງ ໃນເວລານີ້ ພື້ນທີ່ດັ່ງກ່າວຖືກປິດລ້ອມໂດຍເຈົ້າໜ້າທີ່ຕຳຫຼວດ ແລະ ທີມງານພິສູດຫຼັກຖານ ເພື່ອເລັ່ງເກັບກຳຂໍ້ມູນ ແລະ ກວດກາຮ່ອງຮອຍການກະທຳຜິດ ໂດຍມີລາຍລະອຽດເບື້ອງຕົ້ນຄື: ສົບຖືກຄາດຕະກຳ ແລະ ຍັດໃສ່ຖັງຢ່າງມິດຊິດເພື່ອເປົ້າໝາຍໃນການອຳພາງສົບ ເຊິ່ງຍັງບໍ່ສາມາດລະບຸເພດ ຮູບຮ່າງສັນຖານ ຫຼື ສັນຊາດຂອງຜູ້ເສຍຊີວິດໄດ້ ເນື່ອງຈາກຕ້ອງລໍຖ້າຜົນຊັນນະສູດຢ່າງລະອຽດຈາກຝ່າຍນິຕິເວດ ເຈົ້າໜ້າທີ່ກຳລັງເລັ່ງກວດກາພື້ນທີ່ໃກ້ຄຽງ ແລະ ໄລ່ລຽງເສັ້ນທາງການໄຫຼຂອງນ້ຳ ເພື່ອຊອກຫາຈຸດທີ່ຄາດວ່າສົບຖືກໂຍນຖິ້ມລົງສູ່ແມ່ນ້ຳຂອງ ທັງນີ້ ເຈົ້າໜ້າທີ່ຢືນຢັນວ່າຈະເລັ່ງຄລີ່ຄາຍຄະດີ ແລະ ລະບຸຕົວຜູ້ເສຍຊີວິດໃຫ້ໄວທີ່ສຸດ ເພື່ອຕິດຕາມຕົວຄົນຮ້າຍມາລົງໂທດຕາມລະບຽບກົດໝາຍ ຫາກໃຜມີເບາະແສ ຫຼື ມີຍາດພີ່ນ້ອງສູນຫາຍໃນໄລຍະຜ່ານມາ ສາມາດຕິດຕໍ່ໃຫ້ຂໍ້ມູນກັບເຈົ້າໜ້າທີ່ຕຳຫຼວດໄດ້ທຸກພື້ນທີ່ ເຊິ່ງທີມຂ່າວພວກເຮົາສົງໄສວ່າ ຫຼື ອາດຈະແມ່ນຊາຍຊາວຈີນທີ່ຖືກອຸ້ມໄປໃນກາງເດິກຂອງວັນທີ 31 ມັງກອນ 2026 ທີ່ພວກເຮົາເຄີຍນຳສະເໜີໄປກ່ອນໜ້ານີ້ຫຼືບໍ່ ເລື່ອງນີ້ຈະກ່ຽວໂຍງດັ່ງທີ່ພວກເຮົາສັນນິຖານກັນຫຼືບໍ່ນັ້ນ ກໍຕ້ອງລໍຖ້າທາງເຈົ້າໜ້າທີ່ອອກມາລາຍງານເພີ່ມເຕີມອີກຄັ້ງ. ລາຍງານລະບຸວ່າຜູ້ເສຍຫາຍລາຍໜຶ່ງຖືກຄົນຮ້າຍ "ຖີບ" ຈົນຕົກຈາກຝັ່ງຂອງລົງໄປເບື້ອງລຸ່ມຢ່າງໜ້າຫວາດສຽວ ຂະນະທີ່ອີກລາຍໜຶ່ງຖືກຂອງມີຄົມຟັນເຂົ້າທີ່ບໍລິເວນແຂນ ແລະ ຂາ ເປັນແຜສະກັນ ເລືອດອາບເຕັມຕົວ ກ່ອນທີ່ກຸ່ມຄົນຮ້າຍຈະຂີ່ລົດຈັກໜີໄປ ປ່ອຍໃຫ້ຜູ້ບາດເຈັບລໍຖ້າຄວາມຊ່ວຍເຫຼືອຈົນຖືກນຳຕົວສົ່ງໂຮງໝໍໃນເວລາຕໍ່ມາ ຈາກການສືບສວນເຊີງເລິກຂອງເຈົ້າໜ້າທີ່ ປກສ ພົບວ່າແກ໊ງນີ້ບໍ່ໄດ້ລົງມືພຽງຄັ້ງດຽວ ແຕ່ມີການເຮັດກັນເປັນຂະບວນການ ແລະ ອອກອາລະວາດດຸຊ່ວງ ໃນວັນທີ 12 ມັງກອນ 2026 ໄດ້ບຸກເຂົ້າໄປລັກຊັບ ແລະ ຊິງຊັບພາຍໃນ "ວັດໄຕນ້ອຍ" ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ກະທຳແບບເຫີມເກີມບໍ່ຢ້ານກົວກົດໝາຍ ແລະ ໃນວັນທີ 3 ກຸມພາ 2026 ກໍໄດ້ກໍ່ເຫດຊ້ຳຢູ່ບໍລິເວນປ້ຳນ້ຳມັນເກົ່າ ບ້ານອຸບມຸງ ເມືອງສີໂຄດຕະບອງ ໂດຍໃຊ້ວິທີເດີມຄືລຸມລ້ອມ ແລະ ຂົ່ມຂູ່ເອົາຊັບສິນຈາກເຫຍື່ອ ຈາກເຫດການທີ່ເກີດຂຶ້ນ ເຈົ້າໜ້າທີ່ຕຳຫຼວດບໍ່ໄດ້ນິ່ງນອນໃຈ ມີການລະດົມກຳລັງຕິດຕາມຮອຍຕັ້ງແຕ່ວັນທີ 14 ມັງກອນ ຈົນເຖິງວັນທີ 4 ກຸມພາ 2026 ຈົນໃນທີ່ສຸດສາມາດປິດລ້ອມກັກຕົວສະມາຊິກໃນກຸ່ມໄດ້ທັງໝົດ 16 ຄົນ ເປັນຊາຍ 15 ຄົນ ແລະ ຍິງ 1 ຄົນ ຈາກການສອບສວນຢ່າງເຂັ້ມງວດ ກຸ່ມໄວລຸ້ນກຸ່ມນີ້ໄດ້ໃຫ້ການຮັບສາລະພາບແບບຈົນຕໍ່ຫຼັກຖານວ່າ ພວກເຂົາຈະລວມຕົວກັນໃນຊ່ວງເວລາກາງຄືນ ຕັ້ງແຕ່ 8-10 ຄັນຂຶ້ນໄປ ເພື່ອເພີ່ມຄວາມຮຶກເຫີມ ກ່ອນຈະຕະເວນໄປຕາມຈຸດເຊັກອິນຍອດຮິດ ເຊັ່ນ: ແຄມຂອງ ແລະ ເຂດປະຕູໄຊ ເມື່ອເຫັນເຫຍື່ອທີ່ມາຄົນດຽວ ຫຼື ເປັນກຸ່ມນ້ອຍໆ ກໍຈະນຳອາວຸດທີ່ພົກມາເຂົ້າຂົ່ມຂູ່ບັງຄັບເອົາໂທລະສັບມືຖື ເງິນສົດ ແລະ ຂອງມີຄ່າອື່ນໆ ຫາກໃຜຂັດຂືນຈະຖືກທຳຮ້າຍທັນທີ ນອກຈາກນີ້ຍັງສາລະພາບວ່າ ມັກຈະຫາເລື່ອງຜິດຖຽງກັບແກ໊ງອື່ນຕາມທ້ອງຖະໜົນເພື່ອປະກາດສັກດາອີກດ້ວຍ ເຊິ່ງໃນເວລານີ້ ຜູ້ຕ້ອງຫາທັງ 16 ລາຍ ຖືກຄວບຄຸມຕົວເພື່ອດຳເນີນຄດີຕາມລະບຽບກົດໝາຍຢ່າງເດັດຂາດ ສ່ວນສະມາຊິກທີ່ຖືກຊັດທອດເຖິງ ແລະ ຍັງຫຼົບໜີຢູ່ ເຈົ້າໜ້າທີ່ຢືນຢັນວ່າຈະຕາມລ່າຕົວມາລົງໂທດໃຫ້ໄດ້ທັງໝົດ. ໂດຍເຫດເກີດໃນຄ່ຳຄືນວັນທີ 5 ພະຈິກ 2025 ເຊິ່ງໃນວັນເກີດເຫດ ທ້າວ ສີດາເພັດ ເລົ່າວ່າ ຕົນໄດ້ຂີ່ລົດຈັກມຸ່ງໜ້າໄປເຂດຫຼັງພະທາດຫຼວງເພື່ອຊື້ເບຍ ແຕ່ລະຫວ່າງທາງໄດ້ເກີດອຸບັດເຫດລົດຈັກອີກຄັນໜຶ່ງຕຳທ້າຍລົດຂອງຕົນຢ່າງແຮງ ຫຼັງເກີດເຫດ ທ້າວ ສີດາເພັດ ພະຍາຍາມຈັບໂທລະສັບມືຖືຂຶ້ນມາເພື່ອຕິດຕໍ່ຫາເອື້ອຍເພື່ອແຈ້ງເລື່ອງອຸບັດເຫດ ແຕ່ເຫດການກັບພິກຜັນເມື່ອຄູ່ກໍລະນີບໍ່ໄດ້ລົງມາເຈລະຈາດ້ວຍດີ ຜູ້ກໍ່ເຫດຄື ທ້າວ ທິບພະສຸກ ຫຼື "ຫຳນ້ອຍ" ອາຍຸ 32 ປີ ຊາວບ້ານນາບອນ ເມືອງປາກກະດິ່ງ ແຂວງບໍລິຄຳໄຊ ເຊິ່ງຢູ່ໃນອາການມຶນເມົາຢ່າງໜັກ ໄດ້ຍ່າງກົງເຂົ້າມາຫາ ພ້ອມທັງໃຊ້ແກ້ວເບຍຟາດເຂົ້າທີ່ຄິ້ວເບື້ອງຊ້າຍຂອງ ທ້າວ ສີດາເພັດ ຢ່າງແຮງໜຶ່ງຄັ້ງ ແຕ່ແກ້ວເບຍຍັງບໍ່ແຕກ ທ້າວ ທິບພະສຸກ ທີ່ກຳລັງຮ້າຍຈັດຈຶ່ງຟາດຊ້ຳເຂົ້າທີ່ບໍລິເວນຫົວອີກຄັ້ງຈົນແກ້ວເບຍແຕກກະຈາຍ ເຮັດໃຫ້ເລືອດອາບໃບໜ້າຄູ່ກໍລະນີ ກ່ອນຈະຂີ່ລົດຈັກຫຼົບໜີໄປຈາກທີ່ເກີດເຫດທັນທີ ພາຍຫຼັງການສືບສວນຢ່າງໜັກ ທ້າວ ທິບພະສຸກ ຍອມຮັບສາລະພາບວ່າ ຫຼັງກໍ່ເຫດໄດ້ໜີໄປລີ້ຊ່ອນຢູ່ທີ່ພັກເຊົ່າໃນບ້ານໂພນທັນ ເມືອງໄຊເສດຖາ ຈົນຮອດຕອນເຊົ້າຍັງໄປເຮັດວຽກປົກກະຕິ ແຕ່ຕ້ອງຕົກໃຈສຸດຂີດເມື່ອໝູ່ຮ່ວມງານເປີດຄລິບວິດີໂອເຫດການທີ່ຕົນເອງທຳຮ້າຍຄົນອື່ນໃຫ້ເບິ່ງ ເຊິ່ງໃນເວລານັ້ນໂລກໂຊຊ່ຽວໄດ້ມີການແຊຣ໌ຄລິບ ແລະ ປະກາດຈັບຕົນເອງຢ່າງກວ້າງຂວາງ ດ້ວຍຄວາມຢ້ານກົວກົດໝາຍ ທ້າວ ທິບພະສຸກ ຈຶ່ງຕັດສິນໃຈໜີກັບຄືນບ້ານເກີດທີ່ເມືອງປາກກະດິ່ງ ແຂວງບໍລິຄຳໄຊ ກ່ອນຈະໜີຂຶ້ນໄປລີ້ຊ່ອນຢູ່ເທິງພູ ແລະ ໄຮ່ນາປ່າເຂົາເພື່ອຫຼົບໜີການກວດຄົ້ນຂອງເຈົ້າໜ້າທີ່ ເຖິງຢ່າງໃດກໍຕາມ "ໜີແນວໃດກໍໜີບໍ່ພົ້ນ" ໃນວັນທີ 10 ກຸມພາ 2026 ເຈົ້າໜ້າທີ່ຕຳຫຼວດທີ່ເຝົ້າຕິດຕາມຄວາມເຄື່ອນໄຫວຢ່າງໃກ້ຊິດ ໄດ້ຮັບລາຍງານວ່າ ທ້າວ ທິບພະສຸກ ແອບລົງຈາກພູມາຊອກຫາອາຫານກິນຢູ່ບໍລິເວນຖຽງນາແຫ່ງໜຶ່ງ ເຈົ້າໜ້າທີ່ຈຶ່ງນຳກຳລັງເຂົ້າປິດລ້ອມ ແລະ ສາມາດຈັບຕົວໄດ້ໃນທີ່ສຸດ ເຈົ້າໜ້າທີ່ຕຳຫຼວດໄດ້ຄວບຄຸມຕົວ ທ້າວ ທິບພະສຸກ ສົ່ງພະນັກງານສອບສວນເພື່ອດຳເນີນຄດີຕາມກົດໝາຍຕໍ່ໄປ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews