У нас вы можете посмотреть бесплатно ບົດຟ້ອນ: ຊາວໜຸ່ມລາວກ້າວໄປ или скачать в максимальном доступном качестве, видео которое было загружено на ютуб. Для загрузки выберите вариант из формы ниже:
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием видео, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса ClipSaver.ru
ບົດຟ້ອນ: ຊາວໜຸ່ມລາວກ້າວໄປ ເປັນບົດຟ້ອນໜື່ງ ທີ່ບັນດາສະມາຊິກຊາວໜຸ່ມຈາກ ໂຮງຮຽນ ມຕ ຊະນະພົນ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ ເຊິ່ງສາມາດຍາດໄດ້ອັນດັບທີ 3 ໃນການແຂ່ງຂັນສິນລະປະ ຄັດເລືອກ ເຂົ້າຮ່ວມສະແດງ ໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ເຊິ່ງຈັດຂຶ້ນໃນວັນທີ 27 ຕຸລາ 2020 ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງເນື້ອໃນບົດຟ້ອນ ທີ່ຈະນຳມາສະແດງ ແມ່ນໄດ້ສອງແສງເຖິງມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ແລະ ອານາຄົດຂອງຊາວໜຸ່ມໃນການເດີນໄປທາງໜ້າ ໂດຍມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 16 ທີມ ແລະ ຜ່ານການແຂ່ງຂັນທີມທີ່ໄດ້ລາງວັນທີ 1 ແມ່ນທີມມາຈາກກະຊວງສຶກສາທິການ ແລະ ກິລາ ໃນບົດຟ້ອນຊົມເຊີຍກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ, ລາງວັນທີ 2 ແມ່ນມາຈາກກະຊວງຍຸຕິທຳ ໃນບົດຟ້ອນ ໃຕ້ຮົ່ມທຸງໄຊຊາວໜຸ່ມລາວກ້າວໄກສູ່ການພັດທະນາ, ລາງວັນ ທີ 3 ນະຄອນຫລວງວຽງຈັນ ໂຮງຮຽນຊະນະພົນ ໃນບົດຟ້ອນຊາວໜຸ່ມລາວກ້າວໄປ.